!trpst#trp-gettext data-trpgettextoriginal=1389>Author: touktee.chiaslaos

ພວກເຮົາແມ່ນໃຜ?

ພວກເຮົາແມ່ນໃຜ? ເປົ້າໝາຍຂອງພວກເຮົາແມ່ນຫຍັງ? ແມ່ຍິງຖືພາທີ່ເຂົ້າຮ່ວມໂຄງການພວກເຮົາຈະໄດ້ຮັບຜົນປະໂຫຍດຫຍັງແດ່ ວີດີໂອນີ້ໄດ້ມາຕອບຄໍາຖາມໃຫ້ທຸກທ່ານແລ້ວ. ... Read More

📢 ປ້ອງກັນ HIV – ຮ່ວມມືກັນສ້າງສັງຄົມສຸຂະພາບດີນໍາກັນ! 💙

ຈາກການລາຍງານຂອງສູນຕ້ານເອດ ແລະ ພຕພ ລາຍງານວ່າ ພຽງ 3 ເດືອນຕົ້ນປີ 2025 ນີ້ມີຄົນເຂົ້າມາກວດຫາເຊື້ອພະຍາດ HIV ສູງເຖິງ 28,341 ຄົນ ແລະ ພົບຄົນທີ່ຕິດເຊື້ອຈຳນວນ 360 ຄົນ ມີເພດຍິງ 141 ຄົນ ... Read More

ຫາກຮູ້ວ່າຖືພາ ບໍ່ຕ້ອງລໍຊ້າຕ້ອງໄປຝາກທ້ອງທັນທີເດີ້!

ຄວາມສຳຄັນຂອງການໄປຝາກທ້ອງ (ANC) ແຕ່ມື້ທຳອິດທີ່ຮູ້ວ່າຖືພາ ແລະ ຄວາມສຳຄັນຂອງການກວດເລືອດຫາເຊື້ອ HIV, HBV ແລະ Syphilis: ຄວາມສຳຄັນຂອງການໄປຝາກທ້ອງ (ANC) ແຕ່ມື້ທຳອິດທີ່ຮູ້ວ່າຖືພາ ແລະ ຄວາມສຳຄັນຂອງການກວດເລືອດຫາເຊື້ອ HIV, HBV ແລະ Syphilis: ການກວດເລືອດທັງສາມຊະນິດນີ້ແມ່ນບໍລິການພື້ນຖານທີ່ມີຢູ່ໃນບັນດາໂຮງໝໍທີ່ຢູ່ໃນເມືອງວຽງຄໍາ, ເມືອງໂພນໂຮງ ... Read More

ຊີຟິລິດ ອັນຕະລາຍກວ່າທີ່ຄິດ ແມ່ຍິງຖືພາຄວນຮູ້

ຂໍ້ມູນສຳຄັນກ່ຽວກັບພະຍາດຊິຟິລິດ (Syphilis) ສຳລັບແມ່ຍິງຖືພາ ພະຍາດຊິຟິລິດແມ່ນຫຍັງ? ⚠️ ຜົນກະທົບຕໍ່ລູກນ້ອຍ: ເປັນຫຍັງການກວດຈຶ່ງສຳຄັນ? ອາການທີ່ຄວນສັງເກດ: ສິ່ງທີ່ຄວນຮູ້: ການປ້ອງກັນ: ສຳຄັນ: ຖ້າທ່ານກຳລັງຖືພາ ຫຼື ວາງແຜນຈະມີລູກ, ກະລຸນາໄປພົບແພດເພື່ອກວດຊິຟິລິດ. ການກວດ ແລະ ປິ່ນປົວແຕ່ຫົວທີຈະຊ່ວຍປົກປ້ອງທ່ານແລະລູກນ້ອຍຂອງທ່ານ. ແລະ ສໍາຄັນສາມາດໄປກວດໄດ້ຟຣີໂດຍບໍ່ເສຍຄ່າໃນພື້ນທີ່ໂຄງການເທື່ອລະກ້າວຂອງພວກເຮົາບໍ່ວ່າຈະເປັນສຸກສາລາ, ... Read More

ທ້າວ ຕິງຄໍາ ເພັດອຸດົມ ອາສາສະໝັກສາທາລະນະສຸກຂັ້ນບ້ານ(ອສບ) ບ້ານນາແຍ້

ທ້າວ ຕິງຄໍາ ເພັດອຸດົມ ອາສາສະໝັກສາທາລະນະສຸກຂັ້ນບ້ານ(ອສບ) ບ້ານນາແຍ້ ກັບປະສົບການໃນການເຮັດວຽກເປັນ ອສບ ເຄື່ອນໄຫວວຽກງານໂຄ່ສະນາດ້ານສາທາລະນະສຸກໃຫ້ປະຊາຊົນພາຍໃນບ້ານ ແລະ ຍັງຊ່ວຍເຫຼືອໃນການຕິດຕາມແມ່ຍິງຖືພາໃຫ້ມາຮັບການບໍລິການຝາກທ້ອງເພື່ອຫຼຸດຜ່ອນຄວາມອັນຕະລາຍຈາກແມ່ສູ່ລູກ. https://www.facebook.com/share/v/bhAb93TN9TMFDZQ7 ... Read More

ຕິດຕາມຮັບຟັງສະພາບການເກັບກໍາຂໍ້ມູນແມ່ຍິງຖືພາ ແລະ ເດັກນ້ອຍເກີດໃໝ່ໃນບັນດາບ້ານເປົ້າໝາຍ ຂອງອາສາສະໝັກສາທາລະນະສຸກຂັ້ນບ້ານຕັ້ງແຕ່ເລີ່ມຕົ້ນໂຄງການຈົນເຖິງປັດຈຸບັນ

ອສບ ຫຼື ອາສາສະໝັກສາທາລະນະສຸກຂັ້ນບ້ານ ຄືຜູ້ທີ່ເຮັດວຽກຕິດແທດກັບປະຊາຊົນໂດຍກົງ, ຄືຜູ້ທີ່ຂັບເຄື່ອນບັນດາກິດຈະກໍາ, ເປັນຜູ້ຢູ່ເບື້ອງຫຼັງຜົນສໍາເລັດວຽກງານດ້ານສາທາລະນະສຸກຢ່າງແທ້ຈິງໃນລະຫວ່າງວັນທີ30 ສິງຫາ – ທີ8 ກັນຍາ ທີ່ຜ່ານມາທາງໂຄງການເທື່ອລະກ້າວເຊິ່ງປະສານສົມທົບກັບຂະແໜງການສາທາລະນະສຸກເມືອງໂພນໂຮງ, ເມືອງວຽງຄໍາ ແລະ ເມືອງວັງວຽງ ໄດ້ລົງຕິດຕາມຮັບຟັງສະພາບການເກັບກໍາຂໍ້ມູນແມ່ຍິງຖືພາ ແລະ ເດັກນ້ອຍເກີດໃໝ່ໃນບັນດາບ້ານເປົ້າໝາຍ ຂອງອາສາສະໝັກສາທາລະນະສຸກຂັ້ນບ້ານຕັ້ງແຕ່ເລີ່ມຕົ້ນໂຄງການຈົນເຖິງປັດຈຸບັນ ເຫັນໄດ້ວ່າໃນການເກັບກໍາແມ່ຍິງຖືພາຂອງທັງ 3 ... Read More

ອສບ ແມ່ນໃຜ?

ມີໜ້າທີ່ຫຍັງແດ່? ມີຄວາມສໍາຄັນແນວໃດ? ບົດບາດຂອງ ອສບ ຕໍ່ກັບວຽກງານສາທາລະນະສຸກມີຄືແນວໃດ? ວີດີໂອນີ້(ໜ້າຈະ)ມີຄໍາຕອບ https://www.facebook.com/share/v/tKjiS4Z3N7kSg29T ... Read More

ຊີຟີລິດ ແມ່ນຫຍັງ?

ຊີຟີລິດ ແມ່ນພະຍາດທີ່ເກີດຈາກການມີເພດສໍາພັນແບບບໍ່ປ້ອງກັນ ແລະ ຊີຟີລິດ ກໍຍັງສາມາດແຜ່ເຊື້ອຈາກແມ່ສູ່ລູກໃນທ້ອງໄດ້ໃນລະຫວ່າງການຖືພາ. ອາການທີ່ສະແດງອອກໃນໄລຍະເລີ່ມຕົ້ນອາດຈະມີບາດແຜ, ມີອາການເຈັບບໍລິເວນອະໄວຍະວະເພດ, ຮູທະວານ ແລະ ປາກ ແຕ່ບາງກໍລະນີກໍບໍ່ມີອາການໃດໆ, ແຕ່ມັນຈະສົ່ງຜົນກະທົບຮ້າຍແຮງໄລຍະຍາວຕໍ່ຫຼາຍລະບົບເຊັ່ນ: ລະບົບປະສາດ, ລະບົບຫົວໃຈເສັ້ນເລືອດ ແລະ ອື່ນຯ ... Read More